ໜ້າຫຼັກ > ເຂື່ອນ > ພິທີປິດອຸມົງ ເພື່ອກັກເກັບນ້ຳໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳງື່ມ 2

ພິທີປິດອຸມົງ ເພື່ອກັກເກັບນ້ຳໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳງື່ມ 2

ພິທີປິດອຸມົງຜັນນ້ຳ ເພື່ອກັກເກັບນ້ຳໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 2 ທີ່ເມືອງຮົ່ມ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 18 ມີນາ 2010 ທີ່ຜ່ານມາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີ ວ່າການກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ປິວຕຣີ ວິດສະວະເວດ ກຳມະການບໍລິສັດໄຟຟ້ານ້ຳງື່ມ 2 ຈຳກັດ ມີຕາງໜ້າຈາກໄຟຟ້າລາວ ບັນດາ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການນ້ຳງື່ມ 2 ແມ່ນໂຄງການກໍ່ສ້າງເຂື່ອນໄຟຟ້າໜຶ່ງທີ່ໃຫຍ່ໃນ ສປປ ລາວ ໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2006 ຄາດວ່າຈະສຳເລັດໃນເດືອນທັນວາ 2010 ນີ້ ເຊິ່ງຖືວ່າສຳເລັດກ່ອນແຜນການ 3 ເດືອນ (ແຜນການທີ່ວາງໄວ້ໃຫ້ສຳເລັດເດືອນມີນາ 2011) ໃນໄລຍະນີ້ແມ່ນຂັ້ນຕອນໃນການປິດອຸມົງ ເພື່ອກັກເກັບນ້ຳເຂົ້າໃສ່ອ່າງ ເຊິ່ງເປັນຂັ້ນຕອນທີ່ສຳຄັນ ເພາະວ່າຫຼັງຈາກມີພິທີປິດອຸມົງຢ່າງເປັນທາງການນີ້ແລ້ວ ນ້ຳກໍຈະເລີ່ມມີປະລິມານເພີ່ມຂຶ້ນ ນັບ ຈາກນີ້ໄປອີກປະມານ 5 ເດືອນ (ເດືອນສິງຫາ) ຄາດວ່າຈະມີຝົນຕົກລົງ ມາບວກກັບນ້ຳໃນອ່າງຈະສູງຂຶ້ນ ເຖິງລະດັບນ້ຳທີ່ຈະເຂົາອຸມົງ ເພື່ອສົ່ງເຂົ້າ ໂຮງຜະລິດໄຟຟ້າໄດ້ ແລະ ກໍຈະເລີ່ມທົດລອງເດີນເຄື່ອງໃນເດືອນສິງຫາ ແລະ ຈາກນັ້ນອີກ 4 ເດືອນ (ເດືອນທັນວາ 2010) ພາຍຫຼັງໂຄງການສຳ ເລັດໂດຍສົມບູນ ກໍຈະເລີ່ມແຈກຢາຍກະແສໄຟຟ້າອອກໄດ້.

ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳງື່ມ 2 ນີ້ ດຳເນີນການໂດຍບໍລິສັດໄຟຟ້ານ້ຳງື່ມ 2 ຈຳກັດ ມີຜູ້ຖືຫຸ້ນໃຫຍ່ ຄື: ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຊາວອີດເອເຊຍ ເອັນເນີຈີ ຈຳກັດ ທີ່ມີບໍລິສັດຊໍການຊ່າງ ຈຳກັດ (ມະຫາຊົນ) ເປັນຜູ້ຖືຫຸ້ນໃຫຍ່ ໂຄງການດັ່ງກ່າວມີກຳລັງການຜະລິດ 615 ເມກາວັດ ກໍ່ສ້າງໂດຍບໍລິສັດຊໍການຊ່າງ (ລາວ) ຈຳກັດ ເມື່ອສຳເລັດໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳງື່ມ 2 ຈະສາມາດຜະລິດໄຟຟ້າໄດ້ປະມານ 2.218 ກີກາ ວັດໂມງ ເພື່ອສົ່ງຂາຍໃຫ້ແກ່ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ໂຄງການນີ້ມີໄລຍະເວລາສຳປະທານ 27 ປີ 6 ເດືອນ ເລີ່ມແຕ່ທ້າຍປີນີ້ເປັນຕົ້ນ ໄປ.

ຂ່າວຈາກ ນສພ ວຽງຈັນໃຫມ່

ໝວດໝູ່:ເຂື່ອນ ປ້າຍກຳກັບ, ,
  1. No comments yet.
  1. No trackbacks yet.

ໃຫ້ຄວາມເຫັນ