Archive

Posts Tagged ‘AP BIZLINK’

AP BIZLINK ດຳເນີນໂຄງການເຂື່ອນໄຟຟ້ານ້ຳຟ້າ

ເດືອນສິງຫາ 25, 2010 ໃຫ້ຄວາມເຫັນ

ບໍລິສັດ ASIA PACIFIC BUSINESS LINK SND BHD (AP BIZLINK) ປະເທດມາເລຍເຊຍ ຮ່ວມກັບລັດຖະບານ ສປປ ລາວ ຈັດຕັ້ງ ປະຕິບັດໂຄງການເຂື່ອນໄຟຟ້ານ້ຳຟ້າ ຂະໜາດ 130 ເມັກກາວັດ ຢູ່ສອງແຂວງພາກເໜືອຂອງລາວ.

ພິທີເຊັນສັນຍາພັດທະນາໂຄງການດັ່ງກ່າວ ໄດ້ຈັດຂຶ້ນຕອນບ່າຍວັນທີ 20 ສິງຫາ 2010 ທີ່ໂຮງແຮມໂນໂວເທວ ນະຄອນຫຼວງວຽງຈັນ ຕາງໜ້າລັດ ຖະບານ ສປປ ລາວ ຮ່ວມລົງນາມຄັ້ງນີ້ ໂດຍທ່ານ ທອງມີ ພົມວິໄຊ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ບໍລິສັດ AP BIZLINK ທ່ານ ດາຕຸກ ລໍເຊກເວ (DATUK LOWSIAKWEI) ປະທານບໍລິສັດ ເຊິ່ງມີບັນດາຫົວໜ້າກົມ ຫ້ອງການ ແລະ ພະນັກງານ-ວິຊາການ ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ສຳລັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຟ້າ ຈະໃຊ້ເວລາທັງໜົດ 4 ປີ ເຊິ່ງພື້ນທີ່ຂອງໂຄງການແມ່ນນອນຢູ່ເມືອງລອງ ແຂວງຫຼວງ ນ້ຳທາ ແລະ ເມືອງເມິງ ແຂວງບໍ່ແກ້ວ ພາກເໜືອຂອງ ສປປ ລາວ ພາຍຫຼັງສຳເລັດຈະສາມາດຕອບສະໜອງການນຳໃຊ້ໄຟຟ້າ ຂະໜາດ 130 ເມັກ ກາວັດ ບໍລິສັດ AP BIZLINK ເປັນບໍລິສັດລະດັບໂລກ ມີຫຼາຍສາຂາຢູ່ຫຼາຍປະເທດ ສຳນັກງານໃຫຍ່ຕັ້ງຢູ່ກົວລາລຳເປີ ປະເທດມາເລເຊຍ ດຳເນີນທຸ ລະກິດຢູ່ຂົງເຂດອາຊີ-ປາຊີຟິກ ໃນການພັດທະນາໂຄງການໄຟຟ້າ ກິດຈະການບໍ່ແຮ່ ແລະ ກໍ່ສ້າງ ເປັນຕົ້ນຕໍ.
http://www.vientianemai.net/news.php?col=1&id=12

ໝວດໝູ່:ເຂື່ອນ ປ້າຍກຳກັບ