ໜ້າຫຼັກ > ສາຍສົ່ງ+ສະຖານີ > ບັນດາແຂວງພາກເໜືອ ຈະໄດ້ຊົມໃຊ້ໄຟຟ້າ ຈາກສະຖານີ ເມືອງນາໝໍ້ ໃນທ້າຍປີນີ້

ບັນດາແຂວງພາກເໜືອ ຈະໄດ້ຊົມໃຊ້ໄຟຟ້າ ຈາກສະຖານີ ເມືອງນາໝໍ້ ໃນທ້າຍປີນີ້

*(ຂປລ): ໂຄງການກໍ່ສ້າງຕາຂ່າຍໄຟຟ້າແຮງສູງ 115 ກິໂລໂວນ ຢູ່ເຂດເມືອງນາໝໍ້ ແຂວງອຸ ດົມໄຊ ຄາດໝາຍຈະໃຫ້ສຳເລັດກ່ອນການເປີດ ການແຂ່ງຂັນ ກິລາບັນດາປະຊາຊາດ ພາກພື້ນຕາເວັນອອກ ສ່ຽງ ໃຕ້ ຫລື ຊີເກມ ຄັ້ງທີ 25 ຊຶ່ງ ສປປ ລາວ ຈະເປັນເຈົ້າພາບ ໃນລະຫວ່າງ ເດືອນ ທັນວາ ປີ 2009, ມາເຖິງປະຈຸບັນ ບໍລິສັດຮັບເໝົາກໍ່ສ້າງ ພວມຂຸ້ນຂ້ຽວຈັດຕັ້ງປະຕິບັດ ທັງກາງເວັນ ແລະ ກາງຄືນ ເພື່ອໃຫ້ສຳ ເລັດຕາມຄາດໝາຍ ຖ້າໂຄງການດັ່ງກ່າວສຳເລັດ; ບັນດາ ແຂວງ ພາກເໜືອ ທີ່ໃຊ້ກະແສໄຟຟ້າ ຈາກເຂື່ອນ ໄຟຟ້າພາຍໃນ ໂດຍສະເພາະ ເຂື່ອນ ໄຟຟ້ານ້ຳງື່ມ ກໍ່ຈະໄດ້ຊົມໃຊ້ ກະແສໄຟຟ້າທີ່ຊື້ຈາກ ສປ. ຈີນ ເລີ່ມແຕ່ ເດືອນ ທັນວາ 2009 ເປັນຕົ້ນໄປ.
ທ່ານ ຄຳເຫລັກ ອິນທິລາດ, ຫົວໜ້າໄຟຟ້າສາຂາແຂວງ ອຸດົມໄຊ ໃຫ້ຮູ້ເມື່ອວັນທີ 13 ຕຸລາ 2009 ນີ້ວ່າ ມາຮອດປະຈຸບັນ ວຽກສາຍສົ່ງ (ຕັ້ງເສົາ ແລະ ດຶງສາຍ) ໃນໂຄງ ການ ກໍ່ສ້າງ ຕາຂ່າຍໄຟຟ້າ ແຮງສູງ 115 ກິໂລໂວນ ຈາກບໍ່ເຕັນ ແຂວງນ້ຳທາ ຫາ ສະຖານີ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ປະຕິບັດໄດ້ແລ້ວ ປະມານ 82%; ສ່ວນວຽກກໍ່ສ້າງ ສະຖາ ນີ ກໍປະຕິບັດໄດ້ແລ້ວ ປະມານ 27% ຄາດວ່າຈະໃຫ້ສຳເລັດ ແລະ ເປີດການ ນຳໃຊ້ ໄດ້ກ່ອນເປີດການແຂ່ງຂັນຊີເກມຄັ້ງທີ 25 ໜຶ່ງ ວັນ. ໂຄງການດັ່ງກ່າວ ມີມູນຄ່າ 6 ລ້ານ ໂດ ລາ ມີຈຸດມຸ່ງ ໝາຍ ກະຈາຍ ກະແສ ໄຟຟ້າໃຫ້ບັນດາແຂວງພາກເໜືອ ເຊັ່ນ: ຫລວງ ພະບາງ, ອຸດົມໄຊ, ຫລວງນ້ຳທາ, ບໍ່ແກ້ວ ແລະ ຜົ້ງສາລີ ໂດຍປະຕິບັດຕາມນະໂຍບາຍຂອງລັດຖະບານ ສປປ ລາວ ໃນການສັນ ຍາຊື້ກະແສໄຟ ຟ້າ 30 ເມກາວັດຈາກ ສປ. ຈີນ ເພື່ອຊົມ ໃຊ້ຢູ່ ບັນ ດາແຂວງພາກເໜືອ.
ໂຄງການກໍ່ສ້າງຕາຂ່າຍໄຟຟ້າ 115 ກິໂລໂວນ ແຕ່ເຂດບໍ່ເຕັນ ແຂວງຫລວງນ້ຳທາ ຫາ ສະຖານີ ໃຫຍ່ ທີ່ບ້ານນາແລ ເມືອງນາໝໍ້ ແຂວງອຸດົມໄຊ ໄລຍະຍາວ ປະມານ 35 ກິໂລແມັດ ໂດຍນຳໃຊ້ເງິນກູ້ຢືມ ຈາກລັດ ຖະບານ ສປ. ຈີນ ຈຳນວນ 6 ລ້ານ ໂດລາອາເມລິກາ ຫລື ກວ່າ 500 ຕື້ກີບ ໄດ້ເລີ່ມມາຕັ້ງ ແຕ່ ເດືອນ ເມສາ ປີ 2009 ໂດຍບໍລິສັດໄຟຟ້າຢຸນນານ ຂອງ ສປ. ຈີນ ຮັບເໝົາກໍ່ສ້າງ ໂດຍການນຳໃຊ້ ວິທີ ການ ທັນສະໄໝປະຕິບັດ ໂດຍສະເພາະ ວຽກດຶງສາຍ ມີ ຫລາຍບ່ອນໄດ້ມີການນຳໃຊ້ໝາກບອນລູນຊ່ວຍແຮງ ເພາະເປັນເຂດພູສູງຊັນ ອັນໄດ້ເຮັດໃຫ້ວຽກລຸລ່ວງຕາມແຜນການທີ່ວາງເອົາໄວ້./.

  1. No comments yet.
  1. No trackbacks yet.

ໃຫ້ຄວາມເຫັນ