Archive

Posts Tagged ‘ເກົາຫລີ’

ກອງ​ທຶນ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ເສດຖະກິດ ສ.​ເກົາຫລີ ​ໃຫ້​ທຶນ​ກູ້​ຢືມ​ແກ່ ສປປ ລາວ

ເດືອນມີນາ 14, 2010 ໃຫ້ຄວາມເຫັນ

ລັດຖະບານ ສປປ ລາວ ໄດ້ຮັບທຶນກູ້ຢືມຈາກກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ.ເກົາຫລີ ໃນມູນຄ່າ 46,85 ລ້ານໂດລາສະຫະລັດເພື່ອນຳໃຊ້ເຂົ້າໃນ 4 ໂຄງການຄື: ໂຄງການກໍ່ສ້າງສາຍສົ່ງໄຟຟ້າພາກເຫນືອ ອະນຸພາກພື້ນແມ່ນ້ຳຂອງ ມູນຄ່າ 37,88 ລ້ານໂດລາສະຫະລັດ, ໂຄງການຈັດຊື້ອຸປະກອນການແພດໃຫ້ແກ່ໂຮງຫມໍ 109 ມູນຄ່າ 2,99 ລ້ານໂດລາສະຫະລັດ ໂຄງການຈັດຊື້ພາຫະນະມອດໄຟ ແລະ ກູ້ໄຟໃຫ້ແກ່ນະຄອນຫລວງວຽງຈັນມູນຄ່າ 2,99 ລ້ານໂດລາສະຫະລັດ ແລະ ໂຄງການຈັດຊື້ພາຫະນະມອດໄຟ ແລະ ກູ້ໄພໃຫ້ແກ່ສະຫນາມບິນຢູ່ 5 ແຂວງມູນຄ່າ 2,99 ລ້ານໂດລາສະຫະລັດ.

ພິທີເຊັນສັນຍາກູ້ຢືມໄດ້ມີຂຶ້ນໃນວັນທີ 31 ພຶດສະພາ 2010 ນີ້ທີ່ໂຮງແຮມລາວພລາ ຊາ ນະຄອນຫລວງວຽງຈັນໂດຍການຮ່ວມລົງນາມໃນສັນຍາລະຫວ່າງທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງການເງິນເປັນຜູ້ຕາງຫນ້າໃຫ້ລັດຖະບານລາວ ແລະ ທ່ານ ຄິມດອງຊູ ປະທານທະນາຄານສົ່ງອອກ – ນຳເຂົ້າຂອງ ສ. ເກົາຫລີ ຕາງຫນ້າໃຫ້ກອງທຶນດັ່ງກ່າວ ເຊິ່ງໄດ້ມີບັນດາແຂກຖືກເຊີນ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນພະຍານ.