Archive

Posts Tagged ‘ຈີນ’

ທ່ານນາຍົກລັດຖະມົນຕີ ຮ່ວມພິທີເປີດການນຳໃຊ້ເຂື່ອນໄຟຟ້ານ້ຳລີກ

ເດືອນຕຸລາ 30, 2010 ໃຫ້ຄວາມເຫັນ


ທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດເຂົ້າຮ່ວມພິທີເປີດການນຳໃຊ້ເຂື່ອນໄຟຟ້ານ້ຳລີກ 1-2 ຢ່າງເປັນທາງການ ໃນວັນທີ 29 ສິງຫາ 2010 ທີ່ໂຮງຈັກເຂື່ອນໄຟຟ້ານ້ຳລີກ 1-2 ເມືອງເຟືອງ ແຂວງວຽງຈັນ ທ່ານນາງ ປູ້ຈຽນກົວ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ລາວ ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ຊາວກວງຈິນ ປະທານກຸ່ມບໍລິສັດ ຊັ່ງຈຽງສານເຊັຍ ມີຜູ້ອຳນວຍ ການໃຫຍ່ບໍລິສັດຊົນລະປະທານພະລັງງານໄຟຟ້າສາກົນ ສປ ຈີນ ປະທານບໍລິສັດໄຟຟ້ານ້ຳລີກ 1-2 ຈຳກັດ ພ້ອມດ້ວຍບັນດາພະນັກງານຂັ້ນສູງຈາກ ກະຊວງ ອຳນາດການປົກຄອງທ້ອງຖິ່ນ ພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳມະນີ ອິນທິລາດ ຜູ້ອຳນວຍການໃຫຍ່ບໍລິສັດລັດວິສາຫະກິດໄຟຟ້າລາວ ໄດ້ກ່າວວ່າ: ໂຄງການເຂື່ອນໄຟຟ້ານ້ຳລີກ 1-2 ເປັນໂຄງການຮ່ວມລົງ ທຶນລະຫວ່າງ ສປປ ລາວ ກັບ ສປ ຈີນ ໂດຍແມ່ນລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດຊົນລະປະທານພະລັງງານໄຟຟ້າສາກົນ ສປ ຈີນ (CWE) ຮ່ວມຫຸ້ນ ຄື: ສປປ ລາວ ຖືຫຸ້ນ 10% ແລະ ສປ ຈີນ ກໍຄື CWE ຖືຫຸ້ນ 90%.

ການກໍ່ສ້າງເຂື່ອນດັ່ງກ່າວ ໄດ້ເລີ່ມແຕ່ວັນທີ 15 ທັນວາ 2007 ສຳເລັດກ່ອນແຜນການ 1 ປີ ຄື (ຕາມແຜນການໃຫ້ສຳເລັດເດືອນກໍລະກົດ 2011).

ມູນຄ່າການກໍ່ສ້າງທັງໝົດ 150 ລ້ານໂດລາ ຄວາມອາດສາມາດຜະລິດພະລັງງານໄຟຟ້າໄດ້ 100 ເມກາວັດ (MW) ເຊິ່ງໄຟຟ້າທີ່ຜະລິດທັງໝົດຈາກ ໂຄງການເຂື່ອນໄຟຟ້ານ້ຳລີກ 1-2 ແມ່ນຈະຂາຍໃຫ້ລັດວິສາຫະກິດໄຟຟ້າລາວ.

ທ່ານກ່າວຕື່ມວ່າ: ຄວາມສຳເລັດໃນການສ້າງເຂື່ອນດັ່ງກ່າວ ສະແດງໃຫ້ເຫັນເຖິງການຮ່ວມມືທີ່ມີຄວາມໝາຍສຳຄັນລະຫວ່າງສອງຊາດ ລາວ-ຈີນ ກໍຄື ບໍລິສັດໄຟຟ້າລາວ ແລະ CWE ສະແດງເຖິງການມີສ່ວນຮ່ວມຂອງພາກລັດ ແລະ ເອກະຊົນ ຕະຫຼອດເຖິງອົງການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາ ຊົນ ເພື່ອເຮັດໃຫ້ການຜະລິດໄຟຟ້າຕອບສະໜອງກັບການພັດທະນາປະເທດຊາດ ກໍຄືຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກ່ວາເກົ່າ.
http://www.vientianemai.net/news.php?col=1&id=72