ບໍລິສັດໄຟຟ້າລາວ ໄດ້ມອບໝາຍໃຫ້ບໍລິສັດ ນາວາລັດພັດທະນາການ ຈຳກັດ ເພື່ອຮັບເໝົາກໍ່ສ້າງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳສະນາ ຊຶ່ງເຂື່ອນດັ່ງກ່າວຈະສາມາດຜະລິດກະແສໄຟຟ້າໃຫ້ໄດ້ 50 ລ້ານກິໂລວັດໂມງຕໍ່ປີ ແລະ ໃຊ້ທຶນເຂົ້າໃນການກໍ່ສ້າງ ປະມານ 240 ຕື້ກີບ.
ທ່ານ ຄຳມະນີ ອິນທິລາດ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ກ່າວໃນພິທີເຊັນສັນຍາມອບເໝົາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳສະນາ ວ່າ: ໂຄງການເຂື່ອນໄຟຟ້ານ້ຳສະນາ ແມ່ນຕັ້ງຢູ່ເມືອງກາສີ ແຂວງວຽງຈັນ ນັບແຕ່ກາງປີ 2009 ເປັນຕົ້ນມາ ບໍລິສັດໄຟຟ້າລາວ (ຟຟລ) ໄດ້ມອບໃຫ້ບໍລິສັດ ນາວາລັດພັດທະນາການ ຈຳກັດ (ປະເທດໄທ) ໄດ້ມີການສຶກສາຄວາມເປັນໄປໄດ້ກ່ຽວກັບການກໍ່ສ້າງເຂື່ອນໄຟຟ້ານ້ຳສະນາ ໂດຍໄດ້ສຶກສາທາງດ້ານເຕັກນິກ ການເງິນ ສິ່ງແວດລ້ອມ ແລະ ສັງຄົມ ຊຶ່ງມາຮອດປັດຈຸບັນການສຶກສາດັ່ງກ່າວແມ່ນໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ຊຶ່ງໂຄງການກໍ່ສ້າງເຂື່ອນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ຳຈາກທະນາຄານກຸງໄທ ສາຂານະຄອນຫຼວງວຽງຈັນ ຈຳນວນເງິນ 30 ລ້ານໂດລາສະຫະລັດ ຫຼື ປະມານ 240 ຕື້ກີບ ໂດຍມີໄລຍະການຊຳລະ 10 ປີ ເຂື່ອນໄຟຟ້າແຫ່ງນີ້ແມ່ນມີກຳລັງຕິດຕັ້ງ 14 ເມັກກາວັດ (MW) ຈະສາມາດຜະລິດກະແສໄຟຟ້າໄດ້ເກືອບ 50 ລ້ານກິໂລວັດໂມງ (KWh) ຕໍ່ປີ ໂດຍມີໄລຍະການກໍ່ສ້າງເປັນເວລາ 3 ປີ.
ເຂື່ອນໄຟຟ້ານ້ຳສະນາ ແມ່ນມີຄວາມສຳຄັນເນື່ອງຈາກວ່າ ນອນຢູ່ລະຫວ່າງກາງຂອງແຂວງວຽງຈັນ ແລະ ຫຼວງພະບາງ ຊຶ່ງຈະສ້າງຄວາມສະດວກໃນການສົ່ງກະແສໄຟຟ້າ ເພາະພະລັງງານທີ່ຜະລິດຈາກເຂື່ອນ ຈະສາມາດເຊື່ອມຕໍ່ກັບສາຍສົ່ງທີ່ມີຢູ່ແລ້ວ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃນຂົງເຂດດັ່ງກ່າວ.
ພິທີເຊັນສັນຍາໂຄງການກໍ່ສ້າງຄັ້ງນີ້ ໄດ້ຈັດຂື້ນໃນວັນທີ 20 ມິຖຸນາ 2011 ທີ່ໂຮງແຮມລາວພລາຊາ ລະຫວ່າງ ທ່ານ ຄຳມະນີ ອິນທິລາດ ຝ່າຍເຈົ້າຂອງໂຄງການ ແລະ ທ່ານ ໂພນພັດ ການາສຸຕາ ປະທານບໍລິສັດ ນາວາລັດພັດທະນາການ ຈຳກັດ ຊຶ່ງມີທ່ານ ຄຳເມິງ ພົງທະດີ ເຈົ້າແຂວງວຽງຈັນ ພ້ອມບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
http://www.vientianemai.net/teen/khao/1/3444
