ພິທີເຊັນສັນຍາສຳປະທານ (CA) ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳສິມ ແຂວງຫົວພັນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບບໍລິສັດ ນ້ຳສິມ ພາວເວີ ຈຳກັດ ແລະ ພິທີເຊັນສັນຍາຊື້-ຂາຍໄຟຟ້າ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ນ້ຳສິມ ພາວເວີ ຈຳກັດ ໄດ້ມີຂຶ້ນຕອນຄ່ຳວັນທີ13 ມິຖຸນາ 2011 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ
ການຮ່ວມລົງນາມໃນສັນຍາສຳປະທານໂຄງການຕາງໜ້າໃຫ້ລັດຖະບານລາວ ແມ່ນທ່ານ ທອງມີ ພົມວິໄຊ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ຕາງໜ້າຝ່າຍບໍລິສັດແມ່ນທ່ານ ໂອວີ ບູເກ້ ຜູ້ອຳນວຍການບໍລິສັດ ນ້ຳສິມ ພາວເວີ ແລະ ຮ່ວມລົງນາມສັນຍາຊື້-ຂາຍໄຟຟ້າ ແມ່ນທ່ານ ຄຳມະນີ ອິນທິລາດ ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ໂອວີ ບູເກ້ ຜູ້ອຳນວຍການບໍລິສັດ ນ້ຳສິມ ພາວເວີ ຊຶ່ງມີທ່ານ ສົມບູນ ລາຊາສົມບັດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ບັນດາຫົວໜ້າຫ້ອງການ ຫົວໜ້າກົມ ອຳນາດການປົກຄອງທ້ອງຖິ່ນ ກໍຄືພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂຄງການດັ່ງກ່າວແມ່ນໄດ້ອະນຸຍາດການລົງທຶນຈາກລັດຖະບານລາວ ໃນການສຶກສາສຳຫຼວດຄວາມເປັນໄປໄດ້ທາງດ້ານ ເສດຖະກິດ ເຕັກນິກ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັນ ໃນວັນທີ 14/2/2003 ສຳເລັດການສຶກສາທາງດ້ານເສດຖະກິດ-ເຕັກນິກ ໃນປີ 2006 ເຊັນສັນຍາພັດທະນາໂຄງການກັບລັດຖະບານລາວ ໃນວັນທີ 2/10/2007.
ໂຄງການໄຟຟ້ານ້ຳຕົກນ້ຳສິມ ແມ່ນໂຄງການຂະໜາດນ້ອຍ ມີກຳລັງຕິດຕັ້ງ 9 ເມກາວັດ (MW) ຕັ້ງຢູ່ລະຫວ່າງບ້ານກາງເມືອງ ຫາບ້ານດ່ານເປົ້າ ເມືອງວຽງໄຊ ແຂວງຫົວພັນ ຫ່າງຈາກຕົວເມືອງຊຳເໜືອ ປະມານ 50 ກິໂລແມັດ ເປັນເຂື່ອນຄອນກຣີດ ຍາວ 25 ແມັດ ແລະ ສູງ 6 ແມັດ ພ້ອມດ້ວຍຝາຍນ້ຳລົ້ນທີ່ໃຫ້ນ້ຳໄຫຼຜ່ານໄດ້ໃນລະດູຝົນ ອ່າງເກັບນ້ຳມີຂະໜາດປະມານ 3 ເຮັກຕາ ແລະ ມີອຸໂມງຄວາມຍາວ 1.100 ແມັດ ເພື່ອອວຍນ້ຳໄປຜະລິດໄຟຟ້າ ຊຶ່ງມີຄວາມສູງຂອງນ້ຳຕົກ 172 ແມັດ ມີເຄື່ອງປັ່ນໄຟ ຈຳນວນ 2 ໝ່ວຍ ແລະ ມີມູນຄ່າການກໍ່ສ້າງ 18 ລ້ານໂດລາສະຫະລັດ ຫຼື ປະມານ 144 ຕື້ກີບ ໂຄງການສຳປະທານເຂື່ອນໄຟຟ້າດັ່ງກ່າວ ຊຶ່ງປະກອບມີບໍລິສັດນໍພາວເວີ ແຫ່ງ ປະເທດນັອກແວ ຖືຫຸ້ນ 75% ແລະ ລັດຖະບານລາວ ໂດຍແມ່ນລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຖືຫຸ້ນ 25% ມີອາຍຸສຳປະທານ 25 ປີ ການກໍ່ສ້າງຄາດວ່າຈະໃຫ້ສຳເລັດທ້າຍປີ 2013.
ພາຍຫຼັງສຳເລັດການກໍ່ສ້າງໂຄງການດັ່ງກ່າວ ຈະຂາຍກະແສໄຟຟ້າໃຫ້ລັດວິສາຫະກິດໄຟຟ້າລາວ ທັງໜົດທີ່ມີກຳລັງການຜະລິດ 32.500 GKWh ຕໍ່ປີ (ກິກກາວັດໂມງຕໍ່ປີ) ດ້ວຍແຮງດັນ 22 ກິໂລໂວນ (KV) ຊຶ່ງຈຸດປະສົງຂອງການຊື້ກະແສໄຟຟ້າຈາກໂຄງການນີ້ ກໍເພື່ອເປັນການຫຼຸດຜ່ອນການຊື້ໄຟຟ້າເຂົ້າມາຈາກຕ່າງປະເທດ.
http://www.vientianemai.net/teen/khao/1/3367
