ຂ່າວ: ພູຂອງ
ອຳນາດການປົກຄອງແຂວງວຽງຈັນ ໄດ້ອະນຸຍາດໃຫ້ ບໍລິສັດພັດທະນາລ້ອງງື່ມເຂົ້າ ສຶກສາສຳຫລວດເຖິງຄວາມເປັນໄປໄດ້ການສ້າງເຂື່ອນໄຟຟ້ານ້ຳ ຕົກຂະຫນາດ 5 ເມກາວັດ ຢູ່ນ້ຳຊາໃຫຍ່ເມືອງກາສີແຂວງວຽງຈັນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈໄດ້ມີຂຶ້ນໃນວັນທີ 20 ມັງ ກອນ 2011 ທີ່ຣີສອດວັງຊ້າງລະຫວ່າງທ່ານ ອຸດົງ ພົງໄພປະດິດ ຮັກສາການຫົວຫນ້າພະແນກ ແຜນການການລົງທຶນ, ຕາງຫນ້າໃຫ້ອຳນາດການປົກຄອງແຂວງວຽງຈັນ ກັບທ່ານ ພອນໄຊ ໄວຍະພັດ ຫົວຫນ້າບໍລິສັດພັດທະນາລ້ອງງື່ມ ໂດຍມີທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ຈະເລີນສຸກ ວິສິດພັກດີ ຫົວຫນ້າຂະແຫນງການພະລັງງານ, ພະແນກພະລັງງານບໍ່ແຮ່ໃຫ້ຮູ້ວ່າ: ຕາມການສຳຫລວດໃນເບື້ອງ ຕົ້ນເຂື່ອນດັ່ງກ່າວ ຈະມີທີ່ຕັ້ງຢູ່ບ້ານຫົວເມືອງເຂດຜາເຈົ້າ ເມືອງກາສີຫ່າງຈາກເທດສະບານ ເມືອງໄປທາງທິດເຫນືອປະມານ 20ກິໂລ ແມັດ, ຕົວເຮືອນຈັກຕັ້ງຢູ່ບ້ານຜາເຈົ້າ ໄປທາງທິດຕາເວັນຕົກ 4 ກິໂລແມັດ.
ເຂື່ອນດັ່ງກ່າວຈະມີລວງສູງຂອງນ້ຳຕົກ 60 ແມັດ, ລວງຍາວຂອງເຂື່ອນປະມານ 80 ແມັດ ດ້ວຍກຳລັງຕິດຕັ້ງ 5 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ 31 ລ້ານກິໂລວັດໂມງຕໍ່ປີ ມີເງື່ອນໄຂສະດວກໃນການເຊື່ອມຕໍ່ໄຟຟ້າ ເຂົ້າກັບລະບົບຕາຂ່າຍຂອງລັດວິສາຫະກິດໄຟຟ້າລາວ ຢູ່ເຂດດັ່ງກ່າວ ເຊິ່ງມີໄລຍະຫ່າງພຽງ 6 ກິໂລແມັດ, ຄາດຄະເນການກໍ່ສ້າງເບື້ອງຕົ້ນປະມານ 10,7 ລ້ານໂດລາສະຫະລັດ.
ທ່ານ ພອນໄຊ ໄວຍະພັດ ກ່າວວ່າ: ຫລັງຈາກການເຊັນບົດບັນທຶກຄວາມເຂົ້າໃຈ ບໍລິສັດຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍໃຊ້ງົບປະມານ ຂອງບໍລິສັດເອງລົງສຳຫລວດຢ່າງລະອຽດເປັນເວລາ 18 ເດືອນ ຖ້າຫາກຜົນສະຫລຸບອອກມາມີຜົນດີກວ່າຜົນເສຍ, ການໄລ່ລຽງເສດຖະກິດເຫັນວ່າກຸ້ມຄ່າ ແລະ ບໍ່ມີຜົນກະທົບຫລາຍ, ບໍລິສັດກໍ່ຈະໄດ້ດຳເນີນການຕາມຂັ້ນຕອນລະບຽບຫລັກການເທື່ອລະກ້າວ ໄປເຖິງການລົງມືກໍ່ສ້າງ
http://www.ecom.org.la/teen/khao/1/275
