ຂ່າວໄຟຟ້າ

August 3, 2011

ໃຊ້ງົບ 67 ຕື້ກ່ວາກີບ ຂະຫຍາຍຕາຂ່າຍເພື່ອສະໜອງໄຟຟ້າ

ບໍ­ລິ­ສັດ​ພິມ​ພາ ປະ­ສົມ​ໄຊ ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ ໄດ້​ຮັບ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ ກໍ​ຄື​ກະ­ຊວງ​ພະ­ລັງ­ງານ-ບໍ່​ແຮ່ ໃນ​ການ​ກໍ່­ສ້າງ​ຕາ​ຂ່າຍ ແລະ ຕິດ​ຕັ້ງ​ໝໍ້​ແປງ ເຂົ້າ​ໃນ​ຂອບ​ເຂດ​ເມືອງ​ໄຊ​ຍະ​ບູ​ລີ ຊຽງ​ຮອນ ແລະ ຫົງ​ສາ ໂດຍ​ໃຊ້​ທຶນ​ກໍ່­ສ້າງ​ເຖິງ 67,099 ຕື້​ກ່ວ​າ​ກີບ ໂດຍ​ມີ​ໄລ­ຍະ​ໃນ​ການ​ກໍ່­ສ້າງ 2 ປີ 6 ເດືອນ.

ພິ­ທີ​ເຊັນ​ສັນ­ຍາ​ໂຄງ­ການ​ຂະ­ຫຍາຍ​ຕາ​ຂ່າຍ​ໄຟ­ຟ້າ​ແຮງ​ດັນ​ກາງ 22 ກິ​ໂລ​ໂວນ ແຮງ​ດັນ​ຕ່ຳ 0,4 ກິ​ໂລ​ໂວນ ແລະ ຕິດ​ຕັ້ງ​ໝໍ້​ແປງ​ໄຟ­ຟ້າ​ເຂົ້າ​ໃນ​ເຂດ​ດັ່ງ­ກ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ກໍ­ລະ­ກົດ 2011 ຜ່ານ​ມາ ທີ່​ໂຮງ­ແຮມ​ລາວ​ພລາ​ຊາ ຊຶ່ງ​ຝ່າຍ​ເຈົ້າ​ຂອງ​ໂຄງ­ການ ແມ່ນ​ທ່ານ ດຣ.ບຸນ​ເຖິງ ເພັງ​ທະ​ວົງ­ສາ ຫົວ­ໜ້າ​ຫ້ອງ​ວ່າ­ການ​ກະ­ຊວງ​ພະ­ລັງ­ງານ-ບໍ່​ແຮ່ ແລະ ຝ່າຍ​ຮັບ​ເໝົາ​ແມ່ນ​ທ່ານ​ນາງ ພິມ​ພາ ພຶງ​ປະ­ສົມ​ໄຊ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ພິມ​ພາ ປະ­ສົມ​ໄຊ ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ ຊຶ່ງ​ມີ​ທ່ານ ສົມ­ບູນ ລາ­ຊາ​ສົມ­ບັດ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ພະ­ລັງ­ງານ-ບໍ່​ແຮ່ ທ່ານ ທອງ​ມີ ພົມ​ວິ​ໄຊ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ແຜນ­ການ-ການ​ລົງ­ທຶນ ພ້ອມ​ດ້ວຍ​ບັນ­ດາ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ໂຄງ­ການ​ດັ່ງ­ກ່າວ​ແມ່ນ​ປະ­ກອບ​ມີ ການ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ຕາ​ຂ່າຍ​ໄຟ­ຟ້າ​ແຮງ​ດັນ​ກາງ 22 ກິ​ໂລ​ໂວນ ມີ​ຄວາມ​ຍາວ 191 ກິ­ໂລ­ແມັດ ແຮງ​ຕ່ຳ 0,4 ກິ​ໂລ​ໂວນ ມີ​ລວງ​ຍາວ​ທັງ​ໝົດ 34 ກິ­ໂລ­ແມັດ ແລະ ຕິດ​ຕັ້ງ​ໝໍ້​ແປງ​ໄຟ­ຟ້າ 24 ຊຸດ ທີ່​ມີ​ກຳ­ລັງ​ແຮງ​ຕິດ​ຕັ້ງ​ທັງ​ໝົດ 1.500 ກິ​ໂລ​ໂວນ ຊຶ່ງ​ພາຍ­ຫຼັງ​ທີ່​ໂຄງ­ການ​ສ້າງ​ສຳ­ເລັດ ຈະ​ສາ­ມາດ​ສະ­ໜອງ​ໄຟ­ຟ້າ​ໃຫ້​ປະ­ຊາ­ຊົນ 1.036 ຄອບ­ຄົວ ໃນ​ຈຳ­ນວນ 23 ບ້ານ.

http://vientianemai.net/teen/khao/1/3890

June 23, 2011

ເຂື່ອນໄຟຟ້ານ້ຳສິມ ຈະສ້າງສຳເລັດ ປີ 2013

ພິ­ທີ​ເຊັນ​ສັນ­ຍາ​ສຳ​ປະ­ທານ (CA) ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ນ້ຳ​ສິມ ແຂວງ​ຫົວ­ພັນ ລະ­ຫວ່າງ​ລັດ­ຖະ­ບານ ແຫ່ງ ສປປ ລາວ ກັບ​ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ຈຳ­ກັດ ແລະ ພິ­ທີ​ເຊັນ​ສັນ­ຍາ​ຊື້-ຂາຍ​ໄຟ­ຟ້າ ລະ­ຫວ່າງ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ແລະ ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ຈຳ­ກັດ ໄດ້​ມີ​ຂຶ້ນ​ຕອນ​ຄ່ຳ​ວັນ​ທີ13 ມິ­ຖຸ­ນາ 2011 ທີ່​ໂຮງ­ແຮມ​ລາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ

ການ​ຮ່ວມ​ລົງ​ນາມ​ໃນ​ສັນ­ຍາ​ສຳ​ປະ­ທານ​ໂຄງ­ການ​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ລາວ ແມ່ນ​ທ່ານ ທອງ​ມີ ພົມ​ວິ​ໄຊ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ຕາງ­ໜ້າ​ຝ່າຍ​ບໍ­ລິ­ສັດ​ແມ່ນ​ທ່ານ ໂອ​ວີ ບູ​ເກ້ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ແລະ ຮ່ວມ​ລົງ​ນາມ​ສັນ­ຍາ​ຊື້-ຂາຍ​ໄຟ­ຟ້າ ແມ່ນ​ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ຜູ້­ອຳ­ນວຍ­ການ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ແລະ ທ່ານ ໂອ​ວີ ບູ​ເກ້ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ຊຶ່ງ​ມີ​ທ່ານ ສົມ­ບູນ ລາ­ຊາ​ສົມ­ບັດ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ບັນ­ດາ​ຫົວ­ໜ້າ​ຫ້ອງ­ການ ຫົວ­ໜ້າ​ກົມ ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ ກໍ​ຄື​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໂຄງ­ການ​ດັ່ງ­ກ່າວ​ແມ່ນ​ໄດ້​ອະ­ນຸ­ຍາດ​ການ​ລົງ­ທຶນ​ຈາກ​ລັດ­ຖະ­ບານ​ລາວ ໃນ​ການ​ສຶກ​ສາ​ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້​ທາງ​ດ້ານ ເສດ­ຖະ­ກິດ ເຕັກ­ນິກ ແລະ ໄດ້​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ກັນ ໃນ​ວັນ​ທີ 14/2/2003 ສຳ­ເລັດ​ການ​ສຶກ​ສາ​ທາງ​ດ້ານ​ເສດ­ຖະ­ກິດ-ເຕັກ­ນິກ ໃນ​ປີ 2006 ເຊັນ​ສັນ­ຍາ​ພັດ­ທະ­ນາ​ໂຄງ­ການ​ກັບ​ລັດ­ຖະ­ບານ​ລາວ ໃນ​ວັນ​ທີ 2/10/2007.

ໂຄງ­ການ​ໄຟ­ຟ້າ​ນ້ຳ­ຕົກ​ນ້ຳ​ສິມ ແມ່ນ​ໂຄງ­ການ​ຂະ­ໜາດ​ນ້ອຍ ມີ​ກຳ­ລັງ​ຕິດ​ຕັ້ງ 9 ເມ​ກາ​ວັດ (MW) ຕັ້ງ​ຢູ່​ລະ­ຫວ່າງ​ບ້ານ​ກາງ​ເມືອງ ຫາ​ບ້ານ​ດ່ານ​ເປົ້າ ເມືອງ​ວຽງ​ໄຊ ແຂວງ​ຫົວ­ພັນ ຫ່າງ​ຈາກ​ຕົວ​ເມືອງ​ຊຳ​ເໜືອ ປະ­ມານ 50 ກິ­ໂລ­ແມັດ ເປັນ​ເຂື່ອນ​ຄອນ​ກຣີດ ຍາວ 25 ແມັດ ແລະ ສູງ 6 ແມັດ ພ້ອມ​ດ້ວຍ​ຝາຍ​ນ້ຳ​ລົ້ນ​ທີ່​ໃຫ້​ນ້ຳ​ໄຫຼ​ຜ່ານ​ໄດ້​ໃນ​ລະ­ດູ­ຝົນ ອ່າງ­ເກັບ­ນ້ຳ​ມີ​ຂະ­ໜາດ​ປະ­ມານ 3 ເຮັກ­ຕາ ແລະ ມີ​ອຸ​ໂມງ​ຄວາມ​ຍາວ 1.100 ແມັດ ເພື່ອ​ອວຍ​ນ້ຳ​ໄປ​ຜະ­ລິດ​ໄຟ­ຟ້າ ຊຶ່ງ​ມີ​ຄວາມ​ສູງ​ຂອງ​ນ້ຳ­ຕົກ 172 ແມັດ ມີ​ເຄື່ອງ​ປັ່ນ​ໄຟ ຈຳ­ນວນ 2 ໝ່ວຍ ແລະ ມີ​ມູນ​ຄ່າ​ການ​ກໍ່­ສ້າງ 18 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 144 ຕື້​ກີບ ໂຄງ­ການ​ສຳ​ປະ­ທານ​ເຂື່ອນ​ໄຟ­ຟ້າ​ດັ່ງ­ກ່າວ ຊຶ່ງ​ປະ­ກອບ​ມີ​ບໍ­ລິ­ສັດ​ນໍ​ພາວ​ເວີ ແຫ່ງ ປະ­ເທດ​ນັອກ​ແວ ຖື​ຫຸ້ນ 75% ແລະ ລັດ­ຖະ­ບານ​ລາວ ໂດຍ​ແມ່ນ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ​ຖື​ຫຸ້ນ 25% ມີ​ອາ­ຍຸ​ສຳ​ປະ­ທານ 25 ປີ ການ​ກໍ່­ສ້າງ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ທ້າຍ​ປີ 2013.

ພາຍ­ຫຼັງ​ສຳ­ເລັດ​ການ​ກໍ່­ສ້າງ​ໂຄງ­ການ​ດັ່ງ­ກ່າວ ຈະ​ຂາຍ​ກະ­ແສ​ໄຟ­ຟ້າ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ທັງ​ໜົດ​ທີ່​ມີ​ກຳ­ລັງ​ການ​ຜະ­ລິດ 32.500 GKWh ຕໍ່​ປີ (ກິກ​ກາ​ວັດ​ໂມງ​ຕໍ່​ປີ) ດ້ວຍ​ແຮງ​ດັນ 22 ກິ​ໂລ​ໂວນ (KV) ຊຶ່ງ​ຈຸດ­ປະ­ສົງ​ຂອງ​ການ​ຊື້​ກະ­ແສ​ໄຟ­ຟ້າ​ຈາກ​ໂຄງ­ການ​ນີ້ ກໍ​ເພື່ອ​ເປັນ​ການ​ຫຼຸດ­ຜ່ອນ​ການ​ຊື້​ໄຟ­ຟ້າ​ເຂົ້າ​ມາ​ຈາກ​ຕ່າງ­ປະ­ເທດ.

http://www.vientianemai.net/teen/khao/1/3367

ເຂື່ອນນ້ຳສະນາ ຈະຜະລິດກະແສໄຟຟ້າ ໃຫ້ໄດ້ 50 ລ້ານກິໂລວັດໂມງ

ບໍ­ລິ­ສັດ​ໄຟ­ຟ້າ​ລາວ ໄດ້​ມອບ​ໝາຍ​ໃຫ້​ບໍ­ລິ­ສັດ ນາ­ວາ​ລັດ​ພັດ­ທະ­ນາ​ການ ຈຳ­ກັດ ເພື່ອ​ຮັບ​ເໝົາ​ກໍ່­ສ້າງ​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ສະ​ນາ ຊຶ່ງ​ເຂື່ອນ​ດັ່ງ­ກ່າວ​ຈະ​ສາ­ມາດ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ໃຫ້​ໄດ້ 50 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ ແລະ ໃຊ້​ທຶນ​ເຂົ້າ​ໃນ​ການ​ກໍ່­ສ້າງ ປະ­ມານ 240 ຕື້​ກີບ.

ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ກ່າວ​ໃນ​ພິ­ທີ​ເຊັນ​ສັນ­ຍາ​ມອບ​ເໝົາ​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ສະ​ນາ ວ່າ: ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ​ສະ​ນາ ແມ່ນ​ຕັ້ງ​ຢູ່​ເມືອງ​ກາ­ສີ ແຂວງ​ວຽງ​ຈັນ ນັບ​ແຕ່​ກາງ​ປີ 2009 ເປັນ­ຕົ້ນ​ມາ ບໍ­ລິ­ສັດ​ໄຟ­ຟ້າ​ລາວ (ຟຟລ) ໄດ້​ມອບ​ໃຫ້​ບໍ­ລິ­ສັດ ນາ­ວາ​ລັດ​ພັດ­ທະ­ນາ​ການ ຈຳ­ກັດ (ປະ­ເທດ​ໄທ) ໄດ້​ມີ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ກ່ຽວ​ກັບ​ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ສະ​ນາ ໂດຍ​ໄດ້​ສຶກ​ສາ​ທາງ​ດ້ານ​ເຕັກ­ນິກ ການ​ເງິນ ສິ່ງ­ແວ­ດລ້ອມ ແລະ ສັງ­ຄົມ ຊຶ່ງ​ມາ​ຮອດ​ປັດ­ຈຸ­ບັນ​ການ​ສຶກ​ສາ​ດັ່ງ­ກ່າວ​ແມ່ນ​ໄດ້​ສຳ­ເລັດ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ຊຶ່ງ​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ດັ່ງ­ກ່າວ​ແມ່ນ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ​ຈາກ​ທະ­ນາ­ຄານ​ກຸງ​ໄທ ສາ­ຂາ​ນະ­ຄອນ­ຫຼວງ​ວຽງ​ຈັນ ຈຳ­ນວນ​ເງິນ 30 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 240 ຕື້​ກີບ ໂດຍ​ມີ​ໄລ­ຍະ​ການ​ຊຳ­ລະ 10 ປີ ເຂື່ອນ​ໄຟ­ຟ້າ​ແຫ່ງ​ນີ້​ແມ່ນ​ມີ​ກຳ­ລັງ​ຕິດ​ຕັ້ງ 14 ເມັກ​ກາ​ວັດ (MW) ຈະ​ສາ­ມາດ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ໄດ້​ເກືອບ 50 ລ້ານ​ກິ​ໂລ​ວັດ​ໂມງ (KWh) ຕໍ່​ປີ ໂດຍ​ມີ​ໄລ­ຍະ​ການ​ກໍ່­ສ້າງ​ເປັນ​ເວ­ລາ 3 ປີ.

ເຂື່ອນ​ໄຟ­ຟ້າ​ນ້ຳ​ສະ​ນາ ແມ່ນ​ມີ​ຄວາມ​ສຳ­ຄັນ​ເນື່ອງ​ຈາ​ກວ່າ ນອນ​ຢູ່​ລະ­ຫວ່າງ​ກາງ­ຂອງ​ແຂວງ​ວຽງ​ຈັນ ແລະ ຫຼວງ​ພະ​ບາງ ຊຶ່ງ​ຈະ​ສ້າງ​ຄວາມ​ສະ­ດວກ​ໃນ​ການ​ສົ່ງ​ກະ­ແສ​ໄຟ­ຟ້າ ເພາະ​ພະ­ລັງ­ງານ​ທີ່​ຜະ­ລິດ​ຈາກ​ເຂື່ອນ ຈະ​ສາ­ມາດ​ເຊື່ອມ​ຕໍ່​ກັບ​ສາຍ​ສົ່ງ​ທີ່​ມີ​ຢູ່​ແລ້ວ ເພື່ອ​ຮັບ​ໃຊ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ໃນ​ຂົງ­ເຂດ​ດັ່ງ­ກ່າວ.

ພິ­ທີ​ເຊັນ​ສັນ­ຍາ​ໂຄງ­ການ​ກໍ່­ສ້າງ​ຄັ້ງ​ນີ້ ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 20 ມິ­ຖຸ­ນາ 2011 ທີ່​ໂຮງ­ແຮມ​ລາວ​ພລາ​ຊາ ລະ­ຫວ່າງ ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ຝ່າຍ​ເຈົ້າ​ຂອງ​ໂຄງ­ການ ແລະ ທ່ານ ໂພນ​ພັດ ກາ​ນາ​ສຸ​ຕາ ປະ­ທານ​ບໍ­ລິ­ສັດ ນາ­ວາ​ລັດ​ພັດ­ທະ­ນາ​ການ ຈຳ­ກັດ ຊຶ່ງ​ມີ​ທ່ານ ຄຳ​ເມິງ ພົງ​ທະ​ດີ ເຈົ້າ­ແຂວງ​ວຽງ​ຈັນ ພ້ອມ​ບັນ­ດາ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

http://www.vientianemai.net/teen/khao/1/3444

April 26, 2011

ລັດຖະບານ​ລາວ​ອະນຸຍາດ​ໃຫ້​ບໍລິສັດ​ໄຟຟ້າ ​ເຊ​ຂະໝານ 1 ສຳ​ປະທານ​ເຊົ່າ​ທີ່​ດິນ 30 ປີ

Filed under: ເຂື່ອນ — ພະນົມສິນ @ 8:28 am
Tags: ,

ລັດຖະບານ ສປປ ລາວ ອະນຸຍາດໃຫ້ໂຄງການເຂື່ອນໄຟຟ້າເຊຂະຫມານ 1 ຈຳກັດ ສຳປະທານເຊົ່າດິນ ເພື່ອກໍ່ສ້າງເຂື່ອນໄຟຟ້າ
ເຊຂະຫມານ 1 ຢູ່ສາຍນ້ຳເຊຂະຫມານ ເມືອງສານໄຊ ແຂວງອັດຕະປື ຫ່າງຈາກແຂວງກອນຕູມ ສສ ຫວຽດນາມ ປະມານ 75
ກິໂລແມັດ. ພິທີເຊັ່ນສັນຍາໄດ້ຈັດຂຶ້ນໃນວັນທີ 7 ເມສາ 2011 ທີ່ໂຮງແຮມວຽງຈັນພລາຊາ. ຕາງຫນ້າໃຫ້ລັດຖະບານລາວລົງນາມແມ່ນ
ທ່ານ ອຸ່ນຫລ້າ ສຸກັນ ຮອງຫົວຫນ້າອົງການຄຸ້ມຄອງທີ່ດິນແຫ່ງຊາດ, ຝ່າຍບໍລິສັດ ແມ່ນທ່ານ ທາຍເຊີນ ປະທານສະພາບໍລິຫານ
ບໍລິສັດໄຟຟ້າເຊຂະຫມານ 1 ຈຳກັດ, ທ່ານ ຫງວຽນຊວນ ຫຽນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າເຊຂະຫມານ 1 ຈຳກັດ ໂດຍ
ການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄຳອ້ວນ ບຸບຜາ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວຫນ້າອົງ
ການຄຸ້ມຄອງທີ່ດິນແຫ່ງຊາດ, ພະນັກງານກ່ຽວຂ້ອງທັງສອງຝ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ພິທີເຊັນສັນຍາສຳປະທານເຊົ່າດິນປະກອບມີຄືດັ່ງນີ້: ເນື້ອທີ່ 7 ເຮັກຕາ ແລະ 540 ຕາແມັດ ແມ່ນນຳໃຊ້ເຂົ້າໃນການພັດ
ທະນາໂຄງການເຂື່ອນໄຟຟ້າເຊຂະຫມານ 1 ໃນນັ້ນນຳໃຊ້ເຂົ້າໃນການກໍ່ສ້າງເຮືອນຈັກໄຟຟ້າ 5 ເຮັກຕາ ແລະ 8.540 ຕາແມັດ
ໃນລາຄາເຊົ່າ 100 ໂດລາສະຫະລັດ/ເຮັກຕາ/ປີ. 1 ເຮັກຕາ ແລະ 2.000 ຕາແມັດແມ່ນນຳໃຊ້ເພື່ອປຸກສ້າງສຳນັກງານຖາວອນ
ໃນລາຄ່າເຊົ່າ 1.000 ໂດລາສະຫະລັດ ຕໍ່ເຮັກຕາຕໍ່ປີລວມອາຍຸສຳປະທານເຊົ່າແມ່ນ 30 ປີ.

ໂຄງການດັ່ງກ່າວນີ້ເມື່ອກໍ່ສ້າງສຳເລັດຈະມີກຳລັງຕິດຕັ້ງ 322 MW ເຊິ່ງປະກອບດ້ວຍສອງໂຄງການຄືເຂື່ອນໄຟຟ້າເຊຂະຫມານ
ຫນຶ່ງ 290 MW ແລະ ເຂື່ອນໄຟຟ້າເຊຂະຫມານສານໄຊ 32 MW ລວມພະລັງກະແສໄຟຟ້າສະເລ່ຍ 1,22 ຕື້ kwh/ປີ ໃນນັ້ນ
20% ຂອງກະແສໄຟຟ້າແມ່ນຂາຍພາຍໃນປະເທດແລະ 80% ແມ່ນຂາຍໃຫ້ບໍລິສັດໄຟຟ້າຫວຽດນາມ ລວມມູນຄ່າກໍ່ສ້າງທັງຫມົດ
441,6 ລ້ານໂດລາສະຫະລັດ ແລະ ຈະໃຫ້ສຳເລັດໃນປີ 2015. ໂຄງການນີ້ແມ່ນຫນຶ່ງໃນແຜນການຮ່ວມມືດ້ານພະລັງງານລະຫວ່າງ
ລັດຖະບານລາວ – ລັດຖະບານຫວຽດນາມ ແລະ ຈະປະກອບສ່ວນເຂົ້າໃນການພັດທະນາດ້ານເສດຖະກິດ – ສັງຄົມເຂດສາມຫລ່ຽມ
ເສດຖະກິດລາວ – ຫວຽດນາມ ແລະ ກຳປູເຈຍ.

March 11, 2011

ພິທີ​ວາງ​ສີ​ລາ​ລຶກ​ ໂຄງ​ການ​ໄຟຟ້າ​ນ້ຳຕົກ ເຊ​ຂະໝານ 1

​ພິທີວາງສີລາລືກໂຄງການໄຟຟ້ານ້ຳຕົກເຊຂະໝານ 1 ໄດ້ຈັດຂຶ້ນໃນວັນທີ 6/3/2011 ທີ່ເມືອງສານໄຊ, ແຂວງອັດຕະປື ໃຫ້ກຽດເຂົ້າຮ່ວມກົດປຸ່ມກໍ່ສ້າງຢ່າງເປັນທາງການຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການການລັດຖະບານ, ທ່ານ ຮ່ວາງຈູງຫາຍ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ, ມີລັດຖະມົນຕີວ່າການ, ຊ່ວຍວ່າການ, ເຈົ້າແຂວງອັດຕະປື ທູດຫວຽດນາມປະຈຳລາວ ປະທານກຸ່ມບໍລິສັດຊົງດາ, ອຳນວຍການ, ພໍ່ແມ່ປະຊາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ຮ່ວາງຈູງຫາຍ ຮອງນາຍົກລັດຖະມົນຕີກ່າວວ່າ: ສປປ ລາວ ເປັນປະເທດທີ່ມີມໍລະດົກອັນລ້ຳຄ່າ ຈາກຊັບພະຍາກອນທຳມະຊາດ, ພິເສດແຫລ່ງຂອງນ້ຳເຊິ່ງຮັບປະກັນໃຫ້ແກ່
ການພັດທະນາ ໂຄງການເຂື່ອນໄຟຟ້າດ້ວຍພະລັງງານ ທີ່ຄາດຄະເນປະມານ 23.000 MW ເຊິ່ງມີປະລິມານໄຟຟ້າປະມານ 100 ຕື້Kwh. ການຮ່ວມມືໃນຂົງເຂດພະລັງງານໄຟຟ້າ ລະຫວ່າງສອງຊາດລາວ-ຫວຽດນາມ ໄດ້ດຳເນີນການປະຕິບັດໃນຊຸມປີຜ່ານມາ ແລະ ໄດ້ຖືວ່າ ເປັນໜຶ່ງໃນຂົງເຂດໃຈກາງ ຂອງການຮ່ວມມືເສດຖະກິດ ລະຫວ່າງສອງລັດຖະບານສອງປະເທດ ໄດ້ເຊັນສົນທິສັນ
ຍາກ່ຽວກັບການຂະຫຍາຍພະລັງງານໄຟຟ້າໃນປີ 1998 ໂດຍຕໍ່ເນື່ອງຈາກບັນຫາດັ່ງກ່າວຮອດປີ 2010 ຫວຽດນາມຈະນຳເຂົ້າພະລັງງານໄຟຟ້າຈາກລາວ ດ້ວຍກຳລັງປະມານ 2.000 MW. ພວກເຮົາກຳລັງ ແລະ ຈະສືບຕໍ່ການຄົ້ນຄ້ວາຜັກດັນ ວຽກງານລະອຽດ ການຮ່ວມມືພັດທະນາໂຄງການພະລັງງານໄຟຟ້າ ເພື່ອບັນລຸເປົ້າໝາຍ ເຊິ່ງການນຳສອງປະເທດໄດ້ວາງອອກ. ໂຄງການ ໄຟຟ້າເຊຂະໝານ 1 ແມ່ນໂຄງການໃຫຍ່ທີ່ສຸດ ໃນແຜນການຮ່ວມມື ແລະ ແລກປ່ຽນພະລັງງານໄຟຟ້າ ລະຫວ່າງສອງຊາດພວກເຮົາ.
ຫລັງຈາກສຳເລັດໂຄງການໄຟຟ້າເຊຂະໝານ 3 ແລະ ເຊຂະໝານ 1 ຫວຽດນາມ ຈະສືບຕໍ່ຮ່ວມມືກັບລາວ ເພື່ອລົງທຶນຂະຫຍາຍບັນດາໂຄງການເຂື່ອນໄຟຟ້າອື່ນໆໃນລາວ ເພື່ອບັນລຸເປົ້າໝາຍທີ່ວາງອອກຄືໃນປີ 2020 ຈະສາມາດນຳເຂົ້າກຳລັງໄຟຟ້າ 5.000 MW ຈາກລາວເຂົ້າຫວຽດນາມຕາມທີ່ໄດ້ຕົກລົງ. ຜົນສຳເລັດຂອງການຮ່ວມມື ໃນຂົງເຂດພະລັງງານໄຟຟ້າ ຈະນຳເອົາຜົນປະໂຫຍດ
ອັນໃຫຍ່ຫລວງມາສູ່ສອງປະເທດ ແລະ ປະກອບສ່ວນ ເຂົ້າໃນການຂະຫຍາຍເສດຖະກິດ ໃນເຂດຊາຍແດນຂອງສອງຊາດ, ເພີ່ມທະວີການຂະຫຍາຍຕົວໃນຂົງເຂດ ປະກອບສ່ວນເຂົ້າ ໃນການຂະຫຍາຍຕົວເສດຖະກິດ ຂອງປະຊາຊົນທັງສອງປະເທດ.
ໂຄງການເຂື່ອນໄຟຟ້າເຊຂະໝານ 1 ມີກຳລັງຕິດຕັ້ງ 322 MW, ກຳລັງການຜະລິດສະເລັ່ຍປະມານ 1,2 ຕື້Kwh/ປີ, ລວມມູນຄ່າການລົງທຶນ ໃສ່ໂຄງການ ນອກຈາກຜົົນໄດ້ຮັບທາງກົງທາງດ້ານການເງິນ ແລະ ໂຄງການຍັງນຳມາ ເຊິ່ງຜົນປະໂຫຍດຕ່າງໆໃຫ້ແກ່ການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ຂອງແຂວງອັດຕະປື-ແຂວງກອນຕູມເວົ້າສະເພາະ ແລະ ເສດຖະກິດຂອງສອງປະເທດເວົ້າລວມ, ຊຸກຍູ້ ການຂະຫຍາຍພື້ນຖານໂຄງລ່າງໃນເຂດຊາຍແດນ ອຳນວຍຄວາມສະດວກການພົວພັນການຄ້າ, ແລກປ່ຽນ
ທາງດ້ານເສດຖະກິດວັດທະນະທຳ ລະຫວ່າງຫວຽດນາມ-ລາວ ຜ່ານດ່ານຊາຍແດນເບີ່ອີ-ພູເກືອ.
ໂຄງການເຂື່ອນໄຟຟ້າເຊຂະໝານ 1 ໄດ້ຮັບການປະຕິບັດ ຕາມຮູບການສັນຍາສຳປະທານ ຂອງບໍລິສັດຫຸ້ນສ່ວນໄຟຟ້າລາວ-ຫວຽດ ໂດຍມີກຸ່ມບໍລິສັດຊົງດາ ເຊິ່ງເປັນກຸ່ມເສດຖະກິດແຖວໜ້າ ໃນຂະແໜງການກໍ່ສ້າງຂອງຫວຽດນາມ ເປັນຜູ້ຮັບເຫມົາ. ໂຄງການຈະນຳໃຊ້ອຸປະກອນ, ເຕັກໂນໂລຊີ ແລະ ບັນດາວິທີການກໍ່ສ້າງທີ່ທັນສະໄໝຂອງໂລກໃນປະຈຸບັນ. ຄາດວ່າຮອດປີ 2014 ຈະເລີ່ມທຳການຜະລິດກະແສໄຟຟ້າ ໃນເຮືອນຈັກທຳອິດ ແລະ ທ້າຍປີ 2014 ຈະສຳເລັດການກໍ່ສ້າງໂຄງການ.

http://www.pasaxon.org.la/conten/7-3-11/6.htm

February 1, 2011

ມີແຜນສ້າງເຂື່ອນ ໄຟຟ້າຂະຫນາດ 5 ເມກາວັດຢູ່ເມືອງກາສີ

ຂ່າວ: ພູຂອງ

ອຳນາດການປົກຄອງແຂວງວຽງຈັນ ໄດ້ອະນຸຍາດໃຫ້ ບໍລິສັດພັດທະນາລ້ອງງື່ມເຂົ້າ ສຶກສາສຳຫລວດເຖິງຄວາມເປັນໄປໄດ້ການສ້າງເຂື່ອນໄຟຟ້ານ້ຳ ຕົກຂະຫນາດ 5 ເມກາວັດ ຢູ່ນ້ຳຊາໃຫຍ່ເມືອງກາສີແຂວງວຽງຈັນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈໄດ້ມີຂຶ້ນໃນວັນທີ 20 ມັງ ກອນ 2011 ທີ່ຣີສອດວັງຊ້າງລະຫວ່າງທ່ານ ອຸດົງ ພົງໄພປະດິດ ຮັກສາການຫົວຫນ້າພະແນກ ແຜນການŒການລົງທຶນ, ຕາງຫນ້າໃຫ້ອຳນາດການປົກຄອງແຂວງວຽງຈັນ ກັບທ່ານ ພອນໄຊ ໄວຍະພັດ ຫົວຫນ້າບໍລິສັດພັດທະນາລ້ອງງື່ມ ໂດຍມີທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຈະເລີນສຸກ ວິສິດພັກດີ ຫົວຫນ້າຂະແຫນງການພະລັງງານ, ພະແນກພະລັງງານŒບໍ່ແຮ່ໃຫ້ຮູ້ວ່າ: ຕາມການສຳຫລວດໃນເບື້ອງ ຕົ້ນເຂື່ອນດັ່ງກ່າວ ຈະມີທີ່ຕັ້ງຢູ່ບ້ານຫົວເມືອງເຂດຜາເຈົ້າ ເມືອງກາສີຫ່າງຈາກເທດສະບານ ເມືອງໄປທາງທິດເຫນືອປະມານ 20ກິໂລ ແມັດ, ຕົວເຮືອນຈັກຕັ້ງຢູ່ບ້ານຜາເຈົ້າ ໄປທາງທິດຕາເວັນຕົກ 4 ກິໂລແມັດ.

ເຂື່ອນດັ່ງກ່າວຈະມີລວງສູງຂອງນ້ຳຕົກ 60 ແມັດ, ລວງຍາວຂອງເຂື່ອນປະມານ 80 ແມັດ ດ້ວຍກຳລັງຕິດຕັ້ງ 5 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ 31 ລ້ານກິໂລວັດໂມງຕໍ່ປີ ມີເງື່ອນໄຂສະດວກໃນການເຊື່ອມຕໍ່ໄຟຟ້າ ເຂົ້າກັບລະບົບຕາຂ່າຍຂອງລັດວິສາຫະກິດໄຟຟ້າລາວ ຢູ່ເຂດດັ່ງກ່າວ ເຊິ່ງມີໄລຍະຫ່າງພຽງ 6 ກິໂລແມັດ, ຄາດຄະເນການກໍ່ສ້າງເບື້ອງຕົ້ນປະມານ 10,7 ລ້ານໂດລາສະຫະລັດ.

ທ່ານ ພອນໄຊ ໄວຍະພັດ ກ່າວວ່າ: ຫລັງຈາກການເຊັນບົດບັນທຶກຄວາມເຂົ້າໃຈ ບໍລິສັດຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍໃຊ້ງົບປະມານ ຂອງບໍລິສັດເອງລົງສຳຫລວດຢ່າງລະອຽດເປັນເວລາ 18 ເດືອນ ຖ້າຫາກຜົນສະຫລຸບອອກມາມີຜົນດີກວ່າຜົນເສຍ, ການໄລ່ລຽງເສດຖະກິດເຫັນວ່າກຸ້ມຄ່າ ແລະ ບໍ່ມີຜົນກະທົບຫລາຍ, ບໍລິສັດກໍ່ຈະໄດ້ດຳເນີນການຕາມຂັ້ນຕອນລະບຽບຫລັກການເທື່ອລະກ້າວ ໄປເຖິງການລົງມືກໍ່ສ້າງ

http://www.ecom.org.la/teen/khao/1/275

ໄຟຟ້າ​ລາວ​ສາຂາ​ແຂວງ​ບໍລິ​ຄຳ​ໄຊ ​ສະຫຼຸບວຽກງານ​ປີ 2010

Filed under: ຂ່າວໄຟຟ້າ — ພະນົມສິນ @ 10:28 am
Tags: ,

ວັນທີ 28 ມັງກອນ2011 ທີ່ຫ້ອງປະຊຸມ ລັດວິສາຫະກິດໄຟຟ້າລາວສາຂາແຂວງບໍລິຄຳໄຊ ໄດ້ສະຫລຸບວຽກງານປະຈຳປີ 2010 ແລະ ຜ່ານແຜນການປີ 2011, ໂດຍການເຂົ້າຮ່ວມຂອງທ່ານດຣ. ກອງແກ້ວ ໄຊສົງຄາມ ຮອງເລຂາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ທ່ານ ສະຫວາດ ພູມລາວັນ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ສັກດາວັນ ສາຍນໍລາດ ເລຂາຫນ່ວຍພັກ, ຫົວຫນ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ, ແຂກຖືກເຊີນພ້ອມດ້ວຍພະນັກງານພາຍໃນໄຟຟ້າລາວສາຂາແຂວງ ເຂົ້າຮ່ວມ.
ໃນພິທີຄັ້ງນີ້ທ່ານ ສັກດາວັນ ສາຍນໍລາດ ໄດ້ຂຶ້ນຜ່ານບົດສະຫລຸບຜົນງານໃນ 1 ປີ ຜ່ານມາ, ແລະຜ່ານແຜນການປີຕໍ່ຫນ້າຊຶ່ງທ່ານ ໄດ້ລາຍງານບາງເນື້ອໃນວ່າ: ໃນ 1 ປີຜ່ານມາລັດວິສາຫະກິດໄຟຟ້າລາວສາຂາ ແຂວງບໍລິຄຳໄຊ ສາມາດຕອບສະຫນອງໄຟຟ້າໄດ້ 6 ເມືອງ ແລະ ຍັງ​ 1 ເມືອງບໍ່ທັນໄດ້ຊົມໃຊ້ໄຟຟ້າ, ມີ 252 ບ້ານ ຊົມໃຊ້ໄຟ ໃນນີ້ມີ 9 ບ້ານໄດ້ຊົມໃຊ້ໄຟຟ້າແສງຕາເວັນ, ທົ່ວແຂວງ ໄດ້ຊົມໃຊ້ໄຟທັງຫມົດ 37.953 ຫລັງຄາເຮືອນສ່ວນວຽກງານບຳລຸງຮັກສາ ແລະ ບໍລິການກໍ່ໄດ້ເອົາໃຈໃສ່ ເປັນຕົ້ນແມ່ນໄດ້ຖາງປ່າອອກຈາກແລວສາຍສົ່ງ 115 ກິໂລໂວນ ແລະ 22 ກິໂລໂວນ ໄດ້ 119,29 ກິໂລແມັດ ແລະ ຕິດຕັ້ງກົງເຕີໄດ້ 6.714 ຫນ່ວຍ. ສ່ວນວຽກໂຄງການກໍ່ສ້າງສາຍສົ່ງ 115 ກິໂລໂວນ ວົງຈອນຄູ່ຂະຫນາດສາຍ 240 ມີລີແມັດ ມີລວງຍາວທັງຫມົດ 284 ກິໂລແມັດ ໃນນີ້ລວງຍາວ ຂອງສາຍສົ່ງແຕ່ ປາກຊັນ-ທ່າແຂກ ຈຳນວນ 197 ກິໂລແມັດ ໂຄງການນີ້ກວມເອົາ 3 ແຂວງຄື: ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນ ເມສາ 2011 ນີ້; ດ້ານການຈຳຫນ່າຍກະແສໄຟຟ້າພາກ 22 ກິໂລໂວນ ທັງຫມົດ 73,66 ກິ ໂລວັດໂມງ ເທົ່າກັບ 40,27 ຕື້ກີບ ທຽບໃສ່ແຜນການປະຕິບັດ 102%, ໄດ້ຊື້ພະລັງງານທັງຫມົດ 103,05 ລ້ານກິໂລວັດໂມງ ເທົ່າກັບ 39,45 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 126% ແລະ ໄດ້ມອບອາກອນໃຫ້ລັດໄດ້ທັງຫມົດ 4,18 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 119% ຄຽງຄູ່ກັບວຽກງານວິຊາສະເພາະແລ້ວ ຍັງໄດ້ເຄື່ອນໄຫວວຽກງານອື່ນໆອີກ ເປັນຕົ້ນແມ່ນວຽກງານກິລາ. ສ່ວນທິດທາງໃນຕໍ່ຫນ້າ ລັດວິສາຫະກິດໄຟຟ້າລາວສາຂາແຂວງບໍລິຄຳໄຊ ຈະສືບຕໍ່ຊີ້ນຳ ນຳພາພະນັກງານ ໃຫ້ມີຄວາມເຊື່ອຫມັ້ນຕໍ່ການນຳພາຂອງ ພັກ ແລະ ການຈັດຕັ້ງ, ສືບຕໍ່ສ້າງຫນ່ວຍພັກແຂງຮູ້ນຳພາຮອບດ້ານ, ສ້າງລັດວິສາຫະກິດໃຫ້ເປັນກົມກອງພັດທະນາ ແລະ ສ້າງອົງການຈັດຕັ້ງກຳມະບານ, ຊາວຫນຸ່ມ ແລະ ແມ່ຍິງໃຫ້ເຂັ້ມແຂງ ຕາມເນື້ອໃນຂໍ້ແຂ່ງຂັນໃຫ້ເຂັ້ມງວດ.
ໃນພິທີດັ່ງກ່າວໄດ້ມີການປະດັບຫລຽນກາທີ່ລະນຶກ 25 ປີ ຂອງແຂວງບໍລິຄຳໄຊ, ໃບຍ້ອງຍໍຮັບໃຊ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຄັ້ງທີ V, ໃບຍ້ອງຍໍຮັບໃຊ້ວັນກຳເນີດກິລາລາວ ຄົບຮອບ 44 ປີ ແລະ ໃບຊົມເຊີຍຂອງແຂວງໃຫ້ກົມກອງ. ພ້ອມດຽວກັນນັ້ນ, ກໍ່ໄດ້ປະດັບຫລຽນໄຊແຮງງານຊັ້ນ II, III, ຫລຽນກາແຮງງານ, ໃບຍ້ອງຍໍຂັ້ນລັດຖະບານ, ແຂວງ ແລະ ໃບຍ້ອງຍໍຂັ້ນຕ່າງໆໃຫ້ບຸກຄົນ ໃຫ້ກຽດປະດັບຫລຽນ ແລະ ມອບໃບຍ້ອງຍໍໃນຄັ້ງນີ້ໂດຍແມ່ນທ່ານ ດຣ. ກອງແກ້ວ ໄຊສົງຄາມ.

http://www.pasaxon.org.la/conten/1-2-11/11.htm

ຊຽງຂວາງ: ມອບ​ – ຮັບໂຄງການກໍ່ສ້າງ​ລະບົບ​ໄຟ​ເຍືອງ​ທາງ ​ແລະ ທາງ​ປູຢາງ​ເທສະບານ​ເມືອງ​ແປກ

ວັນທີ 5 ມັງກອນ 2011 ນີ້ຢູ່ຫ້ອງປະຊຸມອົງການພັດທະນາ ແລະ ບໍລິຫານຕົວເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີມອບ – ຮັບການກໍ່ສ້າງລະບົບໄຟເຍືອງທາງ ແລະ ທາງປູຢາງຂຶ້ນຢ່າງເປັນທາງການ. ເຂົ້າຮ່ວມມີທ່ານ ຄຳສົນ ຈັນທະວົງສີ ຮອງຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີທ່ານ ອຳໄພວັນ ຈັນທະລັງສີ ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງ, ມີຫົວຫນ້າ, ຮອງຫົວຫນ້າຂະແຫນງການ, ເຈົ້າຂອງໂຄງການ, ບໍລິສັດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ.

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 1 ພຶດສະພາ 2010 ໃຊ້ເວລາໃນການກໍ່ສ້າງ 8 ເດືອນກວ່າມີ 3 ສັນຍາ ເຊັ່ນ: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນເຂົ້າໂຮງຫມໍແຂວງ ແລະ ທາງປູຢາງເຂົ້າເຮືອນພັກການນຳແຂວງ ແລະ ເດີ່ນຫ້ອງວ່າການແຂວງ, ໂຄງການກໍ່ສ້າງທາງປູຢາງ ເຂົ້າພັດຕະຄານຊຽງຂວາງໃຫມ່ ທີ່ມີຄວາມຍາວ 325 ແມັດ ແລະ ໂຄງການກໍ່ສ້າງລະບົບໄຟເຍືອງທາງມີ 5 ເສັ້ນຄື: ເສັ້ນທາງຖະຫນົນໄຊຊະນະ, ຖະຫນົນເມືອງພວນ, ຖະຫນົນຂຸນເຈືອງ, ຖະຫນົນໄຫຫີນ ແລະ ຖະຫນົນວິລະຊົນ ລະບົບດອກໄຟມີ 2 ແບບ, ແບບດອກຄູ່ມີ 492 ຊຸດ, ດອກຊຸດມີ 120 ຊຸດລວມມູນຄ່າໃນການກໍ່ສ້າງທັງຫມົດ 23 ຕື້ກີບສຳເລັດ 90% ໂດຍແມ່ນອົງການພັດທະນາ ແລະ ບໍລິຫານຕົວເມືອງແປກໃນນາມເຈົ້າຂອງໂຄງການ ແລະ ບໍລິສັດດາວພວນເປັນຜູ້ສຳຫລວດ, ອອກແບບ ແລະ ຮັບເຫມົາກໍ່ສ້າງ ເປັນແຫລ່ງທຶນງົບປະມານຂອງລັດຖະບານ 100%.

ໃນການມອບ – ຮັບຄັ້ງນີ້ເປັນການມອບ – ຮັບຊົ່ວຄາວໄລຍະຄ້ຳປະກັນດ້ານເຕັກນິກ 1 ປີ ເພື່ອແກ້ໄຂປັບປຸງຂອດທີ່ຍັງຄ້າງຄາຈາກນັ້ນຈຶ່ງຈະມີການມອບ- ຮັບຖາວອນຕາມພາຍຫລັງ.

http://www.pasaxon.org.la/conten/11-1-11/8.htm

January 28, 2011

ເຊັນ​ສັນຍາ​ໂຄງການ​ກໍ່ສ້າງ​ຕາ​ຂ່າຍ​ໄຟຟ້າ ​ເຂົ້າ​ເຂດ​ແວ່ນ ​ແລະ ​ເຂດ​ຫ້ວຍ​ໂຄ້ ​ເມືອງ​ຊຳ​ເໜືອ

ປະຊາຊົນເຂດແວ່ນ ແລະ ເຂດຫ້ວຍໂຄ້ ເມືອງຊຳເຫນືອ ແຂວງຫົວພັນ ກຳລັງຈະໄດ້ຊົມໃຊ້ໄຟຟ້າຢ່າງຖາວອນແລ້ວ ພາຍຫລັງທີ່ກະຊວງພະລັງງານ-ບໍ່ແຮ່ ແລະ ບໍລິສັດຜູ້ຮັບເຫມົາກໍ່ສ້າງ ໄດ້ຮ່ວມກັນລົງນາມ ໃນສັນຍາໂຄງການກໍ່ສ້າງຕາຂ່າຍໄຟຟ້າ ແລະ ຕິດຕັ້ງຫມໍ້ແປງເຂົ້າເຂດດັ່ງກ່າວ.

ພິທີເຊັນສັນຍາໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2011 ນີ້, ທີ່ນະຄອນຫລວງວຽງຈັນ ເຊິ່ງຝ່າຍກະຊວງພະລັງງານ-ບໍ່ແຮ່ ແມ່ນໄດ້ຖືກເຊັນໂດຍ ທ່ານ ຈະເລີນ ອິນທະວີ ຮອງຫົວຫນ້າຫ້ອງການ ກະຊວງພະລັງງານ-ບໍ່ແຮ່ ແລະ ທ່ານ ດຣ. ພອນວິໄລ ເພັງສີລິຈັນ ຫົວຫນ້າພະແນກພະລັງງານ-ບໍ່ແຮ່ ແຂວງ ຫົວພັນ ສ່ວນຝ່າຍບໍລິສັດຮັບເຫມົາກໍ່ສ້າງ ແມ່ນທ່ານ ເພັດ ວົງຂັນຕີ ອຳນວຍການບໍລິສັດ ເພັດໄລວັນ ການໄຟຟ້າຈຳກັດ ເປັນຜູ້ເຊັນໂດຍຊ້ອງຫນ້າທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ພ້ອມດ້ວຍບັນດາແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ ສັກຂີພະຍານ. ໂຄງການດັ່ງກ່າວ ເປັນໂຄງການກໍ່ສ້າງຕາຂ່າຍໄຟຟ້າຂະຫນາດ 22 ກິໂລໂວນ(KV) ແລະ 0,4 ກິໂລໂວນ(KV) ເຊິ່ງມີຄວາມຍາວທັງຫມົດ ປະມານ 147 ກວ່າກິໂລແມັດ, ໃນນັ້ນຕາຂ່າຍ 22 ກິໂລໂວນ ມີຄວາມຍາວ 131,1 ກິໂລແມັດ ແລະ ຕາຂ່າຍ 0,4 ກິໂລໂວນ ມີຄວາມຍາວ 16 ກິໂລແມັດ, ສ່ວນການຕິດຕັ້ງຫມໍ້ແປງລວມທັງຫມົດ 37 ຫນ່ວຍ. ໂຄງການນີ້ມີມູນຄ່າທັງຫມົດປະມານ 67 ຕື້ກີບ ເຊິ່ງຈະໃຊ້ເວລາກໍ່ສ້າງປະມານ 28 ເດືອນ ຈຶ່ງຈະສຳເລັດ.

ໂຄງການຂະຫຍາຍຕາຂ່າຍໄຟຟ້າ 22 ກິໂລໂວນ 0,4 ກິໂລໂວນ ແລະ ຕິດຕັ້ງຫມໍ້ແປງເຂົ້າເຂດແວ່ນ ແລະ ເຂດຫ້ວຍໂຄ້ ເມືອງຊຳເຫນືອ ແຂວງຫົວພັນ
ແມ່ນນອນຢູ່ໃນແຜນພັດທະນາລະບົບໄຟຟ້າ ຂອງລັດຖະບານຫລັງຈາກໂຄງການສຳເລັດແລ້ວ ຈະເຮັດໃຫ້ປະຊາຊົນໃນສອງເຂດດັ່ງກ່າວຈຳນວນ 37 ບ້ານ
ມີ 1.436 ຄອບຄົວ ມີໄຟຟ້າໃຊ້ຢ່າງຖາວອນ./.

http://www.pasaxon.org.la/conten/24-1-11/5.htm

January 24, 2011

ຫົວພັນ: ປະຊາຊົນ​ໃນ 204 ບ້ານ​ໄດ້​ຊົມ​ໃຊ້​ໄຟຟ້າ​ແລ້ວ

Filed under: ໄຟຟ້າສູ່ຊົນນະບົດ — ພະນົມສິນ @ 9:50 am
Tags: ,

ທ່ານ ຟອງປະສິດ ເພັດສີສຸກ ຫົວຫນ້າລັດວິສາຫະກິດໄຟຟ້າລາວສາຂາແຂວງຫົວພັນ, ລາຍງານຕໍ່ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານໄຟຟ້າ
ປະຈຳປີ 2010 ທີ່ແຂວງຫົວພັນເມື່ອບໍ່ດົນມານີ້ວ່າ: ປະຈຸບັນມີ 204 ບ້ານຢູ່ແຂວງຫົວພັນໄດ້ມີໄຟຟ້າໃຊ້ຢ່າງຖາວອນແລ້ວ, ຈຳນວນບ້ານທີ່ມີໄຟຟ້າໃຊ້ແມ່ນກວມ
ເອົາ 27,64% ຂອງຈຳນວນບ້ານທັງຫມົດ ແລະ ກວມເອົາ 38,06% ຂອງຄອບຄົວພາຍໃນແຂວງ.

ທ່ານຫົວຫນ້າສາຂາຍັງແຈ້ງໃຫ້ຊາບ ເຖິງທິດທາງຂະຫຍາຍໄຟຟ້າຢູ່ແຂວງດັ່ງກ່າວ ໃນປີ 2011 ວ່າ: ຈະສູ້ຊົນເຮັດໃຫ້ຕົວເລກບ້ານທີ່ມີໄຟຟ້າໃຊ້ເພີ່ມຂຶ້ນເປັນ
47,02% ເຮັດໃຫ້ຄອບຄົວມີໄຟຟ້າໃຊ້ກວມ 54,75%, ປີ 2010 ຜ່ານມາແຂວງຫົວພັນໄດ້ນຳເຂົ້າກະແສໄຟຟ້າຈາກປະເທດເພື່ອນບ້ານ 13.114 ລ້ານກິໂລວັດໂມງ,
ລື່ນແຜນການທີ່ກຳນົດໄວ້ 719.000 ກິໂລວັດໂມງ.

http://www.pasaxon.org.la/conten/10-1-11/news9.htm

Next Page »

Theme: Rubric. Blog at WordPress.com.

Follow

Get every new post delivered to your Inbox.